ທ່ອງທ່ຽວໄຫຫີນຊຽງຂວາງຈຸດທີ1
ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ຂອງຕົວ ເມືອງໂພນສະຫວັນ ປະມານ 8 ກິໂລແມັດ, ໃນນັ້ນ ປະກອບດ້ວຍໄຫຫີນທັງໝົດ 334 ໜ່ວຍ,ຈາກການປະເມີນທາງດ້ານນ້ຳໜັກ ແລະ ວັດຮອບຕົວຈິງຂອງອົງການUNESCOແລ້ວເຫັນວ່າໄຫຫີນໜ່ວຍທີ່ໃຫຍ່ກ່ວາໝູ່ມີນ້ຳໜັກຫຼາຍກ່ວາ 10.000 ກິໂລກຣາມແລະມີວັດຮອບໄດ້8.14 ແມັດ, ບັນຫາດັ່ງກ່າວຈຶ່ງເປັນທີ່ໜ້າສົນໃຈວ່າ: ໃນຍຸກ 2500-3000 ປີ ທີ່ຜ່ານມາ(ປີທີ່ໄຫຫີນຖືກສ້າງຂຶ້ນ) (Miss Coloni, 1930-1935), ກ່ອນບໍ່ທັນມີກົນຈັກທີ່ທັນສະໄໝຈຶ່ງໜ້າຕັ້ງຂໍ້ສັງເກດວ່າ: ຄົນສະໄໝກ່ອນຂົນຍ້າຍໄຫຫີນດ້ວຍວິທີໃດ ຈາກບ່ອນຜະລິດໄຫຫີນ (ພູເກັງ) ທີ່ມີໄລຍະທາງເກືອບ 10 ກິໂລແມັດ. ພາຍໃນທົ່ງໄຫ ຍັງມີຖ້ຳ ທີ່ມີຄວາມລຶກລັບທາງດ້ານປະຫວັດສາດອີກຫຼາຍຢ່າງ ທີ່ໜ້າສຶກສາ. ສະຖານທີ່ທ່ອງທ່ຽວທົ່ງໄຫຫີນ 1 ນີ້ ຍັງຂາຍເຄື່ອງທີ່ລະນຶກໃຫ້ແກ່ນັກທ່ອງທ່ຽວ, ສ້າງເຮືອນຂາຍປີ້ໃໝ່ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.
ທ່ອງທ່ຽວໄຫຫີນຊຽງຂວາງຈຸດທີ2
ຕັ້ງຢູ່ລະຫວ່າງທາງຕົວເມືອງໂພນສະຫວັນ ຫາເມືອງຜາໄຊ ປະມານ 20 ກິໂລແມັດ, ເປັນແຫຼ່ງທ່ອງທ່ຽວທີ່ມີໄຫຫີນ ແລະ ຕົ້ນໄມ້ທີ່ສວຍງາມ, ໃນນັ້ນ ມີໄຫຫີນທັງໝົດ 92 ໜ່ວຍ, ມີທາດ 1 ທາດ ຊຶ່ງຊາວບ້ານເວົ້າວ່າ: ສ້າງຂຶ້ນໂດຍຝຣັ່ງ. ແຕ່ບໍ່ມີຂໍ້ ມູນຢັ້ງຢືນ. ໃນໄລຍະທີ່ຜ່ານມາ ນັກທ່ອງທ່ຽວທີ່ ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວແຫ່ງນີ້ ມີຈຳນວນ ເພີ່ມຂຶ້ນທຸກວັນ, ເຊິ່ງເປັນແຫ່ງທີ 2 ຂອງແຂວງຊຽງຂວາງ ທີ່ນັກທ່ອງທ່ຽວສົນໃຈ (ຈາກການເກັບກຳຂໍ້ມູນຕາມບັດເຂົ້າຊົມ). ຄຽງຄູ່ກັບການເພີ່ມຂຶ້ນ ຂອງນັກທ່ອງທ່ຽວນັ້ນ, ໄຫຫີນ 2 ຍັງມີຄວາມຈຳກັດຫຼາຍຢ່າງ; ເປັນຕົ້ນແມ່ນ ບໍ່ມີສະຖານທີ່ໃຫ້ນັກທ່ອງທ່ຽວພັກຜ່ອນ, ເສັ້ນທາງເຂົ້າຫາ ແມ່ນມີຄວາມຫຍຸ້ງຍາກຫຼາຍ. ດັ່ງນັ້ນ ຈຶ່ງເປັນກິດຈະກຳ ທີ່ຈຳເປັນຈະຕ້ອງໄດ້ພັດທະນາ.
ຕາດຄະແຂວງຊຽງຂວາງ
ຢູ່ລະຫວ່າງເສັ້ນທາງໂພນສະຫວັນຫາ ເມືອງໜອງແຮດ 99 ກິໂລແມັດ, ແລະ ຈາກທາງເລກ 7 ເຂົ້າໄປປະມານ 5 ກິໂລແມັດ, ທ່ານສາມາດພົບເຫັນຕາດຄະ ທີ່ເປັນຕາດທຳມະຊາດ ມີຄວາມສວຍງາມເປັນຢ່າງຍິ່ງ. ພາຍໃນຕາດ ປະກອບດ້ວຍຫຼາຍຂັ້ນ. ໃນນັ້ນ ຂັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ. ແຕ່ລະຂັ້ນ ມີຄວາມສວຍງາມ ແລະ ສາມາດຍ່າງໄດ້ແຕ່ລຸ່ມຂຶ້ນເທິງ. ຄວາມກ້ວາງຂອງຕາດ ປະມານ 40-50 ແມັດ. ພາຍໃນຕາດ ແລະ ອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ ແລະ ຊີວະນາໆພັນ ທີ່ອຸດົມສົມບູນ. ຕາດຄະ ມີນ້ຳໄຫຼຕະຫຼອດປີ ເປັນນ້ຳທີ່ເກີດຈາກຮູຜາ. ແຫຼ່ງທ່ອງທ່ຽວແຫ່ງນີ້ ຍັງຈະຕ້ອງໄດ້ຈັດສັນແຫຼ່ງທ່ອງທ່ຽວຄືນໃໝ່, ສ້າງແຫຼ່ງທ່ອງທ່ຽວທີ່ສາມາດເຊື່ອມຕໍ່ກັນ ເຮັດໃຫ້ແຫຼ່ງທ່ອງທ່ຽວແຫ່ງນີ້ ຄືກັບວ່າບໍ່ເດີນທາງໄກປານໃດ ແລະ ສ້າງສິ່ງຮອງຮັບຕ່າງໆ ໄວ້ຄອຍບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມ
ບໍນ້ຳຮ້ອນ
ຕັ້ງຢູ່ພາກຕາເວັນອອກຂອງເມືອງຄຳ ຫ່າງຈາກຕົວເມືອງໂພນສະຫວັນປະມານ 70KM ໄປຕາມທາງເລກ7 ແລ້ວແຍກເຂັົ້າໄປປະມານ 4-5KM ບໍ່ຮ້ອນມີຄວາມຮ້ອນອຸນຫະພູມສູງ ສາມາດເຕົ້າໄຂ່ໃຫ້ສຸກໄດ້ ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ ບຸນປີໃຫມ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວໜັງ ຢ່າງເຊັ່ນ ເປັນຕຸ່ມຕາມຜີວໜັງໃຫ້ຫາຍດີໄດ້ວ່າຊັ້ນ
ວັດເພຍວັດເກົາແກ່
ວັດເພຍວັດ ຕັ້ງຢູ່ໃຈກາງຂອງ ເມືອງຄູນ ເຊິ່ງ ຫ່າງຈາກຕົວ ເມືອງ ໂພນສະຫວັນ ປະມານ 30 ກິໂລແມັດ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງ ເມືອງພວນ; ສ້າງຂຶ້ນໃນປີ ຈສ 744, ຈົນມາຮອດປະຈຸບັນ (2006) ມີອາຍຸໄດ້ 675 ປີ. ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນ ເພື່ອຊອກ ຫາຊ່າງ ຜູ້ມີສີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດ ຢູ່ ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ ເຈົ້າລ້ານຄຳກອງ ໄດ້ນຳ ພະພຸດທະຮູບ ອົງສັກສິດ ມາຈາກຫົງສາວະດີ (ພະມ້າໃນປະຈຸບັນ) ມາປະທັບໄວ້ ທີ່ວັດດັ່ງກ່າວ. ໃນຍຸກສະໄໝນັ້ນ ເມືອງພວນ ມີຄວາມຈະເລີນຮຸ່ງເຮືອງເຖິງຂີດສຸດ. ດັ່ງນັ້ນ ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງ ພະສົງສາມະເນນ ໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກ ໄດ້ເຂົ້າມາມ້າງ ເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ ຄສ 1953, ຈສ 1315 ໄດ້ຖືກສົງຄາມ ຂອງຈັກກະພັດ ຝຣັ່ງ ທໍາລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາ ຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນຊາວ ເມືອງພວນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ ເຮັດໃຫ້ມີຄວາມສວຍງາມ ຄື ກັບສະໄໝກ່ອນ. ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງຄາມ ຂອງຈັກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ ພະພຸດທະຮູບ ທີ່ຖືກບາດແຜຕາກແດດ ໃຫ້ເຮົາເບິ່ງເຖິງທຸກວັນນີ້. ວັດເພຍວັດ ຈະຕ້ອງໄດ້ປັບປຸງ ບູລະນະປະຕິສັງຂອນຄືນໃໝ່ ເພື່ອປົກປັກຮັກສາຄວາມສວຍງາມ ຂອງພະພຸດທະຮູບ ແລະ ສິມເກົ່າໄວ້. ນອກຈາກນີ້ ຍັງມີສິ່ງໜຶ່ງ ທີ່ຈຳເປັນຫຼາຍ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເຊັ່ນ: ບ່ອນຈອດລົດ ຂອງນັກທ່ອງທ່ຽວ ແລະ ພໍ່ແມ່ປະຊາຊົນ ທີ່ມາເຮັດບຸນສິນກິນທານ ຢູ່ວັດແຫ່ງນີ້.
No comments:
Post a Comment