ຂອບເຂດຊາຍແດນ
• ຈຳນວນປະຊາກອນ: 299,512 ຄົນ (2005)
• ພື້ນທີ່: 15,881 ກິໂລແມັດ
• ທິດເໜືອຕິດກັບ ແຂວງຫົວພັນ
• ທິດໃຕ້ຕິດກັບ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ
• ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
• ທິດຕາເວັນຕົກຕິດກັບ ແຂວງຫລວງພະບາງ
• ພື້ນທີ່: 15,881 ກິໂລແມັດ
• ທິດເໜືອຕິດກັບ ແຂວງຫົວພັນ
• ທິດໃຕ້ຕິດກັບ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ
• ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
• ທິດຕາເວັນຕົກຕິດກັບ ແຂວງຫລວງພະບາງ
ບັນດາຕົວເມືອງຕ່າງໆ
• ເມືອງໂພນສະຫວັນ(ເມືອງແປກ)• ເມືອງໜອງແຮດ• ເມືອງຄຳ• ເມືອງຄູນ• ເມືອງໝອກໃໝ່ • ເມືອງພູກູດ• ເມືອງຜາໄຊ•ເມືອງທ່າໂທມ
ແຂວງຊຽງຂວາງ ເປັນແຂວງທີ່ອຸດົມສົມບູນໄປດ້ວຍ ຊັບໃນດິນສິນໃນນ້ຳ ແລະ ປ່າໄມ້ທີ່ອຸດົມສົມບູນ ມີແຫຼ່ງທ້ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ເຊັ່ນ
ທົ່ງໄຫຫີນ, ບໍ່ນ້ຳຮ້ອນ. ນອກຈາກນັ້ນ ແຂວງຊຽງຂວາງ ຍັງ ແມ່ນ ໜຶ່ງໃນບັນດາແຂວງທີ່ບໍ່ມີພົມແດນຕິດກັບ ແມ່ນນຳ້ຂອງ ແລະ ຍັງເປັນແຂວງທີ່ພູທີ່ສູງທີ່ສຸດໃນ ປະເທດລາວ ຕັ້ງຢູ່ ນັ້ນຄື ພູເບ້ຍ ສູງ 2820 ແມັດ. ແຂວງຊຽງຂວາງຕັ້ງຢູ່ທາງພາກ
ເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນທີ່ອຸດົມສົມບູນ ເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນ
ປະເທດລາວ ມີຄວາມສູງ 2820 ແມັດ.ໂພນສະຫວັນ ຄ້າຍຄືກັນກັບສະ¬ຫວັນຂອງຄົນເມືອງເຫນືອ ກໍ່ວ່າໄດ້ດຳ¬ລົງຊີວິດອາໄສຕາມທຳມະຊາດໃນເຂດເນີນພູທົ່ງພຽງລຽບຕາມລຳນ້ຳຂອງ ຫລື ຕາມຈ້າຍພູບວກກັບຄວາມຈະເລີນຮຸ່ງເຮືອງ
ໃນປະ¬ຈຸບັນເຮັດໃຫ້ບ່ອນດັ່ງ¬ກ່າວນີ້ມີໂສມຫນ້າໃຫມ່ປະດັບດິນແດນອິດສະຫລະສາຍຖະຫນົນຫລວງຄົດລ້ຽວໂງເງ ຕາມຮ່ອມພູ, ສັນພູ ໃນປະຈຸບັນເຂດທົ່ງໄຫຫີນມີອາກາດຫນາວເຢັນຕະຫລອດປີ ຖະຫນົນສາຍຫລັກທີ່ຄົດລ້ຽວ
ບ້ານໂພນສະ¬ຫວັນ ເບິ່ງຄືກັນກັບວ່າເປັນອານານິ¬ຄົມຂອງປະຊາຊົນໃນເຂດນັ້ນຍອຍປ່າສົນເປັນສີຂຽວປົກຄຸມເຮັດໃຫ້ຫມູ່ບ້ານດັ່ງກ່າວມີສີສັນຂຶ້ນຕື່ມເປັນສະ ຖານທີ່ທ່ອງທ່ຽວທີ່ຍັງບໍ່ຊ້ຳແບບກັບບ່ອນອື່ນຂອງແຂວງ ມັນຍັງມີສະເຫນຂອງ
ມັນຢູ່ໃນຄວາມລຽບງ່າຍທີ່ອຸດົມໄປດ້ວຍປະຫວັດສາດທາງດ້ານວັດທະນະທຳ ເຮົາຈະເຫັນລູກລະເບີດທີ່ໃຊ້ເປັນເສົາຮົ້ວບ້ານ ແລະ ເປັນຮາງໂຕ່ງນ້ຳໃນຍາມຝົນໃນເຂດຊົນນະບົດ
<marquee style="border:BLUE 2px SOLID"></marquee>
ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງ ທິດຕາເວັນອອກສ່ຽງເຫນືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກິໂລແມັດ ແລະ ຫ່າງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫລັບຊັບຊ້ອນຕາມເສັ້ນທາງຫມາຍເລກ 7 ໄປສິ້ນສຸດດ່ານນ້ຳກັ່ນ ຊາຍແດນທາງ ຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊິ່ງໃນຊ່ວງສົງຄາມອິນດູຈີນທາງເສັ້ນນີ້ເປັນເສັ້ນທາງຂົນສົ່ງກຳລັງ ລວມທັງອາວຸດຍຸດໂທປະກອນຕ່າງໆຈາກປະເທດຫວຽດນາມເໜືອ ສູ່ກະບວນການ ປະເທດລາວ ຈຶ່ງເປັນເຫດ ເຮັດໃຫ້ ອາເມຣິການຳເອົາຍົນຖິ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງຖືກເຜົາລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປປະເທດຫວຽດນາມສ່ວນຫນື່ງ ແລະ ໄປວຽງຈັນອີກສ່ວນຫນຶ່ງ ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງ ຈຶ່ງໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃຫມ່ຂື້ນ ໃສ່ຊື່ວ່າ ເມືອງແປກ ຫຼື ທີ່ຮູ້ຈັກກັນຄືໂພນສະຫວັນ ໃນປີ ຄ.ສ 1970 ຫລື ເມື່ອປະມານ 30 ກວ່າປີທີ່ຜ່ານມາ ແຂວງຊຽງຂວາງ ເຄີຍເປັນສະໝໍລະພູມຮົບ ອັນດຸເດືອດນັບເທື່ອບໍ່ຖ້ວນ ໃນຍຸກສົງຄາມອິນດູຈີນ ຫລື ສົງຄາມຫວຽດນາມ ທີ່ຜ່ານມາ ອາດເພາະວ່າໃນອະດີດ ຊຽງຂວາງຄືຈຸດຍຸດທະສາດສຳ ຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງຕະເວັນອອກສຽງເໜືອຂອງປະເທດ ຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ ແລະ ເມືອງໂພນສະຫວັນຊຶ່ງເປັນເມືອງຫລວງຂອງຊຽງຂວາງ ຂວາງຂ້າມສາຍພູອັນສະຫລັບຊັບຊ້ອນເທິງ ເສັ້ນທາງເລກທີ 7 ໄປສີ້ນສຸດທີ່ດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອ ຂອງປະເທດຫວຽດນາມໄລຍະທາງພຽງແຕ່ 130 ກິໂລແມັດຊຶ່ງໃນຊ່ວງສົງຄາມອິນດູຈີນເສັ້ນທາງສາຍນີ້ເຄຍໃຊ້ເປັນເສັ້ນທາງສົ່ງກຳລັງ ບຳລຸງລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ຂະບວນການປະເທດລາວ ຊຶ່ງໃນຂະນະນັ້ນເປັນພັນທະມິດກັນ ແລະ ເສັ້ນທາງສາຍນີ້ຈຶ່ງມີຊື່ຮຽກອີກຢ່າງໜຶ່ງວ່າ ເສັ້ນທາງໂຮ່ຈິມິນ ຍ້ອນວ່າຢູ່ໃກ້ຫວຽດນາມເໜືອ ເຮັດໃຫ້ຂະບວນການປະເທດລາວ ຕັດສິນໃຈຕັ້ງກອງ ບັນຊາການໃຫຍ່ ຂຶ້ນບ່ອນນີ້ກອງທັບອາກາດອະເມຣິກາ ຈຶ່ງສົ່ງເຮືອບິນ ຖິ້ມລະເບີດ ບີ 52 ເຂົ້າມາຖິ້ມລະເບີດປູພົມ ໝາຍທຳລາຍລ້າງຂະບວນການປະເທດລາວຢ່າງໜັກ ຫມູ່ບ້ານໃຫຍ່ນ້ອຍຫລາຍຮ້ອຍແຫ່ງ ຕະຫລອດຈົນວັດວາອາຮາມ ຖືກທຳລາຍ ເກືອບທັງໝົດ ສົ່ງຜົນໃຫ້ປະຊາຊົນ ແລະ ທະຫານຝ່າຍຂະບວນການປະເທດລາວຕ້ອງອົບຍົບເຂົ້າໄປຢູ່ຕົດຕາມຖ້ຳ ແລະ ຫຸບເຂົາທົ່ວໄປໃນແຂວງຊຽງຂວາງ ແລະ ຂ້າງຄຽງ. ໃນອະດີດໃນສະໄໝຊ່ວງທົດສະວັດທີ 1830 ແຂວງຊຽງຂວາງຖືກລວມເຂົ້າຢູ່ກັບ ຫວຽດນາມ ປະຊາຊົນຊຽງຂວາງ ໃນສະໄໝນັ້ນຖືກບັງຄັບໃຫ້ແຕ່ງກາຍ ແລະ ໃຊ້ຂະໜົບທຳນຽມຂອງຫວຽດນາມ ແຕ່ຄວາມຮັກອິດສະຫລະ ແລະ ເດັດດ່ຽວໃນຊາດພັນຂອງຕົນເອງ ເຮັດໃຫ້ຊາວແຂວງຊຽງຂວາງ ທຸກຄົນລຸກຮືຂຶ້ນຕໍ່ສູ້ ເພື່ອຮັກສາ ຄວາມເປັນອະທິປະໄຕຂອງຕົນເອງໄວ້ຢ່າງສຸດຄວາມສາມາດ ແຕ່ທ້າຍທີ່ສຸດຊາວແຂວງຊຽງຂວາງກໍບໍ່ອາດຕ້ານທານກຳລັງຈາກປະເທດເພື່ອນບ້ານຜູ້ຊົງອິດທິພົນ ໃນຂະນະນັ້ນ ຈຶ່ງຕົກເປ້ນເມືອງຂຶ້ນຂອງຫວຽດນາມຢູ່ຊົ່ວໄລຍະໜຶ່ງ. ສົງຄາມອິນດູຈີນ ໄດ້ຜ່ານພົ້ນໄປສາມສິບກວ່າປີແລ້ວ ແຕ່ບາດແຜ ແລະ ຮ່ອງຮອຍຈາກສົງຄາມ ຍັງຄົງຢູ່ ສະພາບຂອງສິ່ງເພພັງ ຂອງເມືອງຄູນ ເມືອງຫລວງເກົ່າຍັງຄົງມີຮ່ອງຮອຍໃຫ້ເຫັນຢູ່ໂດຍທົ່ວໄປ ຊຶ່ງຈາກຊາກເພພັງບາງແຫ່ງທາງລັດຖະບານລາວໄດ້ອະນຸລັກເອົາໄວ້ ໃຫ້ຄົນລຸ້ນຫລັງໄດ້ ເຫັນເຖິງພິດໄພຂອງສົງຄາມ ທີ່ເກິດຂື້ນເມື່ອໃນອະດີດ ຮ່ອງຮອຍຂອງຂຸມລະເບີດຂະໜາດໃຫຍ່ ຈາກຝູງບິນ ບີ 52 ຂອງອະເມຣິກາ ຍັງຄົງມີໃຫ້ເຫັນຢູ່ທົ່ວໄປ ປະຈຸບັນໄດ້ຖືກດັດແປງໃຫ້ເປັນບໍ່ລ້ຽງປາໃນນາເຂົ້າ ຊາກຂອງລູກລະເບີດ ນ້ຳໜັກຫລາຍສິບໂຕນ ຖືກດັດແປງມາເປັນຮົ້ວເຮືອນ, ເສົາເຮືອນ, ຮາງເຂົ້າໝູ, ບ່ອນນັ່ງຫລິ້ນ, ເຕົາປິ້ງ ສຳລັບນັກທ່ອງທ່ຽວ.
No comments:
Post a Comment